
ໂປຼແກຼມ eCIT POS ແມ່ນຫຍັງ?
ໂປຼແກຼມ eCIT Pro ເປັນໂປຼແກຼມໜຶ່ງ ທີ່ສາມາດຊ່ວຍທ່ານ ຄູ້ມຄອງ ແລະ ບໍລິຫານ ທຸລະກິດການຂາຍຂອງທ່ານໄດ້ຢ່າງທັນສະໄໝ ແລະ ສາມາດຕິດຕາມການເຄື່ອນໄຫວທຸກທີ່ທຸກເວລາ ຜ່ານໂທລະສັບມືຖື SmartPhone, Tablet ແລະ ຄອມພິວເຕີ.
✔ ກ່ຽວກັບການຂາຍ :
ຄູ້ມຄອງໃບບິນຂາຍເຄື່ອງແຕ່ລະວັນ ໂດຍແຍກໃຫ້ເຫັນ ບິນທີ່ຊຳລະໝົດແລ້ວ, ບິນທີ່ຍັງຕິດໜີ້, ລາຍລະອຽດເລກທີບິນ, ວັນທີອອກບິນ,ຊື່ລູກຄ້າ, ລວມຍອດ, ສະຖານະໃບບິນ ແລະ ອື່ນໆ.
✔ ການຮັບປະກັນ :
ວັນທີນັດສົ່ງສິນຄ້າ, ຊື່ ແລະນາມສະກຸນຜູ້ຊື້ສິນຄ້າ,ສະຖານະການສ້ອມແປງ,ຊື່ຢູເຊີຜູ້ຮັບ,ເລກທີຮັບປະກັນສິນຄ້າ ແລະ ສະແດງຈຳນວນເງິນ.
✔ ສິນຄ້າ :
ຄູ້ມຄອງສິນຄ້າ ອອກເປັນໝວດໝູ່ຢ່າງລະອຽດ ໂດຍເຮົາສາມາດ ກຳນົດເອງໄດ້, ສາມາດຮູ້ຈຳນວນ ສິນຄ້າໃນສາງ, ລະຫັດສິນຄ້າ (ລະຫັດບາໂຄດ), ຊື່ສິນຄ້າ, ລາຄາຊື້, ລາຄາຂາຍເປັນອັນ, ເປັນຊຸດ, ເປັນໂລ…(ແລ້ວແຕ່ເຮົາກໍານົດເອງໃນເວລາເພີ່ມສິນຄ້າໃໝ່), ຫົວໜ່ວຍ, ຈັດຢູ່ປະເພດສິນຄ້າໃດ… ສາມາດຍ້າຍສາງຕິດຕາມແຕ່ລະສາຂາ, ກວດເຊັກສິນຄ້າຄືນ ແລະ ພີມລະຫັດບາໂຄດໃຫ້ສິນຄ້າ. ພິເສດສາມາດເພີ່ມສິນຄ້າ ແລະ ນຳລາຍການສິນຄ້າອອກຜ່ານຕາຕະລາງ Excel ທີ່ກຳນົດເປັນແບບຢ່າງໃຫ້.
✔ ສາງສິນຄ້າ :
ຄູ້ມຄອງເລກທີເພີ່ມສິນຄ້າເຂົ້າສາງ, ຊື່ຜູ້ຈຳໜ່າຍ, ລວມຍອດຕົ້ນທຶນ, ຍອດຊຳລະຕົວຈິງ, ວັນທີລົງສາງ, ພະນັກງານຮັບຜິດຊອບ ແລະ ສະຖານະຕ່າງໆ.
✔ ລູກຄ້າ :
ຄູ້ມຄອງໝວດໝູ່ຂອງລູກຄ້າ ໂດຍເຮົາສາມາດກຳນົດເອງໄດ້ ເຊັ່ນ : ລະຫັດລູກຄ້າ, ຊື່ລູກຄ້າ, ທີ່ຢູ່,ເບີໂທລະສັບ, Email, ວັນ,ເດືອນ,ປີ ເກີດ, ພີມບາໂຄດລູກຄ້າ…. ພິເສດໄປກ່ວານັ້ນ ແມ່ນສາມາດຄູ້ມຄອງໜີ້ສິນໄດ້ຕາມລູກຄ້າ, ລາຍການຊື້ເຄື່ອງຜ່ານມາ ແລະ ລາຍການຮັບຂອງຂວັນໄລຍະຜ່ານມາ.
✔ ຜູ້ຈຳໜ່າຍ :
ຄູ້ມຄອງກ່ຽວກັບຜູ້ຈຳໜ່າຍ ຫຼື ຜູ້ສະໜອງສິນຄ້າໃຫ້ເຮົາ ໂດຍສາມາດແຍກອອກເປັນໝວດໝູ່, ລະຫັດຜູ້ຈຳໜ່າຍ, ຊື່ຜູ້ຈຳໜ່າຍ, ເບີ້ໂທລະສັບ, ຂໍ້ມູນທີຢູ່…. ແຍກໃຫ້ເຫັນ ໜີ້ສິນຕ້ອງຈ່າຍ (ໜີ້ທີ່ເຮົາຍັງບໍ່ທັນຊໍາລະຄ່າເຄື່ອງ) ແລະ ລາຍການທີ່ເຮົາຊື້ເຄື່ອງໃນໄລຍະຜ່ານມາ.
✔ ລາຍຮັບ ແລະ ລາຍຈ່າຍ :
ຄູ້ມຄອງກ່ຽວກັບລາຍຮັບ ແລະ ລາຍຈ່າຍ ທີ່ຕິດພັນກ່ຽວກັບທຸລະກິດເຊັ່ນ: ລາຍຮັບນອກຈາກການຂາຍເຄື່ອງ, ລາຍຈ່າຍຄ່ານ້ຳ, ຄ່າໄຟ…. ໂດຍສາມາດຕິດຕາມໄດ້ຜ່ານເລກທີ, ປະເພດ, ຊື່ຜູ້ເຄື່ອນໄຫວ, ເບີໂທຕິດຕໍ່, ຈຳນວນເງິນ, ເຫດຜົນຮັບ ຫຼື ຈ່າຍ, ວັນທີ, ເດືອນ, ປີ.
✔ ລະບົບລາຍງານແບບລະອຽດ :
ຄູ້ມຄອງກ່ຽວກັບຜູ້ຈຳໜ່າຍ ຫຼື ຜູ້ສະໜອງສິນຄ້າໃຫ້ເຮົາ ໂດຍສາມາດແຍກອອກເປັນໝວດໝູ່, ລະຫັດຜູ້ຈຳໜ່າຍ, ຊື່ຜູ້ຈຳໜ່າຍ, ເບີ້ໂທລະສັບ, ຂໍ້ມູນທີຢູ່…. ແຍກໃຫ້ເຫັນ ໜີ້ສິນຕ້ອງຈ່າຍ (ໜີ້ທີ່ເຮົາຍັງບໍ່ທັນຊໍາລະຄ່າເຄື່ອງ) ແລະ ລາຍການທີ່ເຮົາຊື້ເຄື່ອງໃນໄລຍະຜ່ານມາ.

ຊື່ຜູ້ໃຊ້ລະບົບ : admin ລະຫັດຜ່ານ : 123456
ທ່ານສາມາດສຶກສາຜ່ານວີດີໂອ
01 ແນະນຳກ່ຽວກັບໂປຼແກຼມຄູ້ມຄອງທະລະກິດການຂາຍ ຜ່ານມືຖື ຫຼາຍສາຂາ eCIT Pro 2021
02 ວິທີການສ້າງໝວດໝູ່ ຫຼື ກູ່ມສິນຄ້າາ – Product Catalog eCIT Pro 2021
03 ເພີ່ມລະຫັດບາໂຄດ, ເພີ່ມຊື່, ເພີ່ມຮູບ, ເພີ່ມລາຄາຕ່າງໆ ໃຫ້ສິນຄ້າໃໝ່ – Add product eCIT Pro
04 ແກ້ໄຂສິນຄ້າ, ລຶບສິນຄ້າ ແລະ ກູ້ສິນຄ້າທີ່ລຶບຄືນ – Edit product ecitpro
05 ວິທີການຍ້າຍຈຳນວນ ສິນຄ້າ ຈາກ ສຳນັກງານໃຫຍ່ ໄປສາຂາ Transfer stock ໂປຼແກຼໝ eCIT Pro
06 ກວດກາສິນຄ້າ ແລະ ປັບປຸງຈຳນວນ ໃຫ້ຖືກຕ້ອງຕາມຕົວຈິງ – Check adjust stock ໂປຼແກຼມ eCIT Pro
07 ວິທີການພີມບາໂຄດ ໃຫ້ສິນຄ້າ ໂດຍສາມາດກຳນົດຈຳນວນໄດ້ຕາມໃຈ – Barcode product ໂປຼແກຼມ eCIT Pro.
08 ເພີ່ມໝວດໝູ່ ແລະ ເພີ່ມ, ແກ້ໄຂ, ລົບລູກຄ້າໃໝ່ – Customer ໂປຼແກຼມ eCIT Pro
09 ເປີດໂປໂມຊັ່ນ ຕາມກູ່ມລູກຄ້າ – Promotion customer group – ໂປຼແກຼມ eCIT Pro
10 ຈັດການກ່ຽວກັບຜູ້ຈຳໜ່າຍສິນຄ້າ – Suppliers ໂປຼແກຼມ eCIT Pro
11 ວິທີການລົງສາງ ຫຼື ເພີ່ມສິນຄ້າເຂົ້າສາງ Import stock ໂປຼແກຼມ eCIT Pro