
I. ສະພາບແວດລ້ອມ
ໃນເມື່ອກ່ອນອອກຊື່ເປັນ ຊີໄອທີ ຄອມພິວເຕີ ສ່ວນບຸກຄົນ ແລະ ໄດ້ສ້າງຕັ້ງຂື້ນວັນທີ 09/09/2009 ແລະ ໄດ້ຂື້ນເປັນບໍລິສັດ ຊີໄອທີ ຈຳກັດ ພຽງຜູ້ດຽວ ຢ່າງເປັນທາງການ ໃນວັນທີ
01/01/2016, ແບ່ງອອກເປັນ 03 ພະແນກການຄື: ພະແນກຂາຍ, ພະແນກບໍລິຫານ ແລະ ພະແນກ ພັດທະນາລະບົບໄອທີ ແຕ່ລະພະແນກການມີໜ້າທີ ແລະ ພາລະບົດບາດແຕກຕ່າງກັນ.
II. ໜ້າທີ່ຂອງບໍລິສັດ.
ເປັນບໍລິສັດທີ່ໃຫ້ບໍລິການ, ແກ້ໄຂ ແລະ ພັດທະນາວຽກງານໄອທີຄົບວົງຈອນ, ນຳເຂົ້າ ແລະ ຊ່ຽວຊານໃນການຮັບເໝົາ, ວາງລະບົບ ແລະ ຕິດຕັ້ງກ້ອງວົງຈອນປິດ, ລະບົບຮັກສາຄວາມປອດໄພທັນສະໄໝ ຍີຫໍ້ຊັ້ນນຳຕ່າງໆຂອງໂລກ ເຊັ່ນ: ດາຫົວ ເທັກໂນໂລຢີ (DaHua Technology) ມີຍອດຂາຍ ອັນດັບ 02 ຂອງໂລກສຳລັບກ້ອງວົງຈອນປິດ, ຢຶນຢູ່ອັນດັບ 04 ຂອງໂລກໃນປີ 2016,ອັນດັບ 05 ຂອງໂລກໃນປີ 2015 ດ້ານລະບົບຮັກສາຄວາມປອດໄພ.
III. ການບໍລິການ.
- ຮັບເໝົາ, ອອກແບບ, ແລະ ຕິດຕັ້ງ ລະບົບຮັກສາຄວາມປອດໄພ ຄົບວົງຈອນ.
- ຈຳໜ່າຍ, ຕິດຕັ້ງ ແລະ ສ້ອມແປງ ຄອມພິວເຕີ, ອຸປະກອນໄອທີ ທຸກຊະນິດ.
- ບໍລິການຮັບອອກແບບ ແລະ ພັດທະນາແອັບມືຖື ທັງ Android ແລະ IOS
- ບໍລິການຮັບອອກແບບ ແລະ ພັັດທະນາເວັບໄຊ້ ໃນຍຸກແຫ່ງການຄົ້ນຫາ.
- ບໍລິການຮັບອອກແບບ ແລະ ພັດທະນາໂປຣແກຣມຄຸ້ມຄອງລະບົບ ທັງ Online ແລະ Offline.
- ບໍລິການຮັບອອກແບບ, ຕິດຕັ້ງ ແລະ ວາງລະບົບເຄືອຂ່າຍຕ່າງໆ.
IV. ວິໄສທັດ ແລະ ເປົ້າໝາຍ.
ຄຳຂວັນປະຈຳ: “ທັນຍຸກ ທັນສະໄໝ ບໍລິການດ້ວຍນໍ້າໃຈ ເຮົາພ້ອມຮັບໃຊ້ສັງຄົມ”
- ດຳເນີນທຸລະກິດ ພາຍໃຕ້ກົດໝາຍ ແລະ ລະບຽບການຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເຂັ້ມງວດ.
- ການບໍລິການ ເປັນເປົ້າໝາຍຫຼັກ ຂອງບໍໍລິສັດ, ພວກເຮົາໄດ້ຖືເອົາການບໍໍລິການຂື້ນມາແຖວໜ້າທີ່ ວຽກງານເພື່ອເຮັດແນວໃດໃຫ້ຫັນສູ່ ການບໍລິການຕາມມາດຕະຖານຂອງສາກົນ ແລະ ຄວາມເພິ່ງພໍໃຈຂອງລູກຄ້າ.
- ບຸກຄະລາກອນທີ່ດີເດັ່ນ, ມີຄວາາມຮູ້, ມີຄວາາມສາມາດ ແລະ ມີຄວາມຫ້າວຫັນ ແມ່ນໝາກຫົວໃຈ ຂອງບໍລິສັດ ເພາະທຸລະກິດພວກເຮົາ ເປັນທຸລະກິດ ແຫ່ງຍຸກເທັກໂນໂລຂີ ຂໍ້ມູນຂ່າວສານ.
- ນຳເອົາເທັກໂນໂລຊີ ທີໃໝ່ໆ ແລະ ທັນຕາມຍຸກ, ທັນຕາມສະໄໝ ເພື່ອມາໝູນໃຊ້ ແລະ ພັດທະນາບ້ານເກີດ ເມືອງນອນຂອງຕົນ ເພື່ອໃຫ້ທັນສະໄໝກັບບ້ານເມືອງເພີ່ນ ຕາມແຜນພັດທະນາເສດຖະກິດ ຂອງພັກ ແລະ ລັດວາງໄວ້.
- ກໍ່ສ້າງບຸກຄະລາກອນ ແລະ ບຸກຄົນ ທີ່ຕ້ອງການຢາກພັດທະນາຕົນເອງ ໃນດ້ານວຽກງານເທັກໂນໂລຢີ ຂໍ້ມູນຂ່າວສານເພື່ອ ອອກຮັບໃຊ້ສັງຄົມ ໃຫ້ໄດ້ຫຼາຍ ເພື່ອຊ່ວຍກັນ ພັດທະນາ ແລະ ສ້າງສາ ປະເທດຊາດ.
V. ໂຄງຮ່າງການຈັດຕັ້ງ.
ບໍລິສັດ ຊີໄອທີ ຈໍາກັດ ພຽງຜູ້ດຽວ ປະກອບມີໂຄງຮ່າງການຈັດຕັ້ງລາຍລະອຽດດັ່ງລຸ່ມ:
- ສະພາບໍລິຫານ ບໍລິສັດ ຊີໄອທີ ຈຳກັດຜູ້ດຽວ.
- ຄະນະອຳນວຍການ ບໍລິສັດ.
- ຄະນະພະແນກການ ບໍລິສັດ,
- ພະນັກງານໃນສັນຍາ.
- ພະນັກງານທົດສອບວຽກ.
VI. ລາຍການເຄື່ອນໄຫວຜ່ານມາ ຫຼື Profiles.
- ການເຄືຶ່ອນໄຫວລວມ ກ່ຽວກັບ ບໍລິສັດ ຊີໄອທີ ຈໍາກັດຜູ້ດຽວ.
- ການເຄື່ອນໄຫວ ກ່ຽວກັບ ກ້ອງວົງຈອນປິດ ໃນໄລຍະຜ່ານມາ.
- ການເຄື່ອນໄຫວ ກ່ຽວກັບ ການພັດທະນາເວັບ.
- ການເຄື່ອນໄຫວ ກ່ຽວກັບ ຫ້ອງຮຽນອອນລາຍ.
ໃນເມື່ອກ່ອນອອກຊື່ເປັນ ຊີໄອທີ ຄອມພິວເຕີ ສ່ວນບຸກຄົນ ຫຼັງຈາກນັ້ນໄດ້ຂື້ນເປັນບໍລິສັດ ຈຳກັດຜູ້ດຽວ ເຊິ່ງເອີ້ນວ່າ ບໍລິສັດ ຊີໄອທີ ຈຳກັດ ພຽງຜູ້ດຽວ ແລະ ກ້າວຂື້ນມາເປັນ ຊີໄອທີ ກຣູບ ດຳເນີນທຸລະກິດຄົບວົງຈອນກ່ຽວກັບ ວຽກງານເຕັກໂນໂລຊີ ຂໍ້ມູນຂ່າວສານ ສະຖານທີ ຕັ້ງຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ